Tuesday, 11 August 2015

ທົ່ງສັງຫານ ສະຖານທີ່ທີ່ປະຫວັດສາດຈາລຶກ

ງຽບຫາຍໄປດົນກັບມາຂຽນຕໍ່ ແຕ່ຕອນນີ້ຈະເປັນການເລົ່າກ່ຽວກັບການໄປຢ້ຽມເບີ່ງສະຖານທີ່ແຫ່ງໜຶ່ງທີ່ເອີ້ນວ່າເປັນສະຖານທີ່ທີ່ເຂົ້າໄປແລ້ວຕ້ອງຂົນລຸກເລີຍກໍ່ວ່າໄດ້ ເຊິ່ງສະຖານທີ່ດັ່ງກ່າວແມ່ນ ຕັ້ງຢູ່ປະເທດກຳປູເຈຍ

ຕອນທຳອິດທີ່ ຂ້າພະເຈົ້າໄດ້ໄປຢູ່ກຳປູເຈຍກໍ່ມີຄົນເລົ່າໃຫ້ຟັງກ່ຽວກັບສະຖານທີ່ດັ່ງກ່າວນີ້ ຈົນເຮັດໃຫ້ ຂພຈ ສົນໃຈລະຢາກຮຸ້ ຈື່ງໄດ້ເຂົ້າໄປອ່ານລະຮີບໂຮມເອົາຂໍ້ມູນດັ່ງກ່າວມາຂຽນເປັນບົດຄວາມໃຫ້ໄດ້ອ່ານກັນ

   ສະຖານທີ່ດັ່ງກ່າວນີ້ມີຊື່ວ່າ  The Killing Fields ຫຼື ຖ້າຈະແປເປັນພາສາລາວແມ່ນ ທົ່ງສັງຫານ ກະວ່າກັນໄປ
ຫ່າງອອກໄປຈາກຕົວເມືອງພະນົມເປັນ ໄປບໍ່ໄກພໍປານໃດ
ເຊິ່ງວ່າໃນອະດີດບໍ່ຄິດວ່າ ມະນຸດດ້ວຍກັນຈະຂ້າລ້າງ ເຜົາຜານຊີວິດ ມະນຸດດ້ວຍກັນເອງໄດ້ຫລາຍປານນີ້ ເຊີ່ງເນື່ອງມາຈາກເມື່ອກ່ອນໃນປີ 1970 ຂະເໝນເກີດການລັດທະປະຫານຂື້ນ ແລະ ປົກຄອງໂດຍ ຂະເໝນແດງ (Khmer Rouge)
ດ້ວຍການທີ່ຜູ້ນຳຂອງຂະເໝນແດງຕອນນັ້ນມີຄວາມຄິດວ່າ ການນຳໃຊ້ເທັກໂນໂລຊີມາຊ່ວຍ ຈະເຮັດໃຫ້ປະເທດຊາດບໍ່ໄປໃສມາໃສ ແຕ່ຂໍໃຫ້ມີເຂົ້າກິນກໍ່ຢູ່ໄດ້
ຂະໜາດຄົນທີ່ໃສ່ແວ່ນຕາ ຈະເບີ່ງຄືຄົນມີຄວາມຮູ້ ຈະເປັນໄພຕໍ່ຄວາມໝັ້ນຄົງ ປົກຄອງຍາກ ແລະ ຖືກຂ້າໂດຍບໍ່ມີເຫດຜົນ
ຟັງເບີ່ງວ່າ ຄົນໃສ່ແວ່ນຕາຍັງຖືກຂ້າ

ເມື່ອຂະເໝນແດງເຂົ້າຍຶດ ພະນົມເປັນ ປະຊາຊົນພົນລະເມືອງກໍ່ຖືກຫລອກໃຫ້ອອກໄປຊົນນະບົດ ແລະ ຕ້ອງການປ່ຽນໃຫ້ຊາວຂະເໝນກັບໄປເປັນຊົນຊັ້ນເດີມ ຄືການເຮັດການກະເສດ ທຸກຄົນຕ້ອງເປັນຊາວໄຮ່ຊາວນາ ເຮັດວຽກມື້ລະ 12 ຊົ່ວໂມງ ໂດຍບໍ່ມີການພັກເຊົາ

ໃນເວລາ 4 ປີນັ້ນ ມີປະຊາຊົນລົ້ມຕາຍ ຈາກການອຶດຫິວ ຖືກທໍລະມານ ຖືກຂ້າ ເປັນຈຳນວນຫລວງຫລາຍ ເຊີ່ງປະເມີນຜູ້ເສຍຊີວິດປະມານ 2 ລ້ານກວ່າຄົນ ເປັນການຂ້າລ້າງເຜົາຜານທີ່ໂຫດຮ້າຍປ່າເຖື່ອນທີ່ສຸດໃນສະຕະວັດທີ 20 ແຕ່ຍັງມີຜຸ້ລອດຈາກເຫດການນີ້ມາໄດ້ 3 ຄົນເຊີ່ງສະພາບຂອງແຕ່ລະຄົນແມ່ນຈະບໍ່ຂໍເລົ່າເພາະເປັນຄົນທີ່ໄດ້ຜ່ານເຫດການໂຫດຮ້າຍມາຫລາຍແລ້ວອາດຈະບໍ່ຄືຄົນໃນປັດຈູບັນ

ຕໍ່ໄປຈະມາເວົ້າເຖີງການເຂົ້າໄປຢ້ຽມເບີ່ງສະຖານທີ່ດັ່ງກ່າວ
ເລີ່ມຈາກໜ້າປະຕູຈະເສຍຄ່າຜ່ານປະຕູປະມານ 18.000 kip ຫລື $3 ຖ້າຈະເອົາເຄື່ອງຟັງກ່ຽວກັບປະຫວັດສາດຂອງເຂົາເຈົ້າຂອງສະຖານທີ່ດັ່ງກ່າວນີ້ກໍ່ປະມານ $5

ເຂົ້າມາທາງໜ້າບໍ່ທັນມີຮູບປານໃດເພາະຕອນນັ້ນບໍ່ທັນຮູ້ວ່າເພີ່ນໃຫ້ຖ່າຍຮູບ ຫະຫະ

ພໍແຕ່ເຂົ້າມາຮອດກໍ່ເຫັນຫໍ ຫຼືຊິເອີ້ນແນວໃດດີ ທີ່ເພີ່ນເອົາໄວ້ໃສ່ກະດູກປະຊາຊົນທີ່ໄດ້ເສຍຊີວິດໃນຕອນນັ້ນ ມາໄວ້ໃນທີ່ນີ້




ເຂົ້າໄປໃນຫໍດັ່ງກ່າວນັ້ນກະຈະມີກະດູກ ກະໂຫລກ ຊິ້ນສ່ວນທີ່ຍັງຄົງເຫລືອໃນເມື່ອກ່ອນ ເປັນເສື້ອຜ້າ ເກີບ ແລະ ຍັງມີອຸປະກອນທີ່ໃຊ້ໃນການສັງຫານ

 ໂຄງກະດູກວາງໄວ້ລຽນແລະຢອງກັນປະມານ 7-8 ແຖວ
 ທ່ອນເຫຼັກລ່າມຂາ ຈາກທີ່ເຫັນແມ່ນເຫລັກໜາແລະອາດຈະໜັກພໍສົມຄວນ






ລືມບອກໄປວ່າ ໃນຕອນນັ້ນແມ່ນເພີ່ນເອົາປະຊາຊົນໄປຂັງໄວ້ທີ່ຄຸກແຫ່ງໜື່ງຊື່ ໂຕສະແລງ (Tuol Sleng) ເມື່ອຄຸກເຕັມແລ້ວ ກໍ່ຈະນຳປະຊາຊົນທີ່ເຫລືອນັ້ນໄປຂ້າຖິ້ມ ໂດຍການຂ້າແມ່ນຈະບໍ່ໃຊ້ລູກກະສຸນ ເພາະເຂົາ(ຂະເໝນແດງ)ຄິດວ່າລູກກະສຸນມີຄ່າກວ່າຊີວິດປະຊາຊົນ ກໍ່ເລີຍໃຊ້ການຂ້າແບບທໍລະມານ,,,,ເວົ້າມາລະໃຈຫົດຫູ່

ອອກມາຂ້າງນອກຫໍກໍ່ຈະເຫັນສະຖານທີ່ຕ່າງໆເຊັ່ນ ບ່ອນກັກຂັງ ບ່ອນລົດຈອດຂົນຄົນມາເພື່ອຂ້າ


 ປ້າຍນີ້ບອກໃຫ້ຟັງເຄື່ອງບັນທຶກສຽງເລກທີ 12 ແຕ່ຕອນນັ້ນ ຂພຈ ບໍ່ໄດ້ເອົາເລີຍບໍ່ໄດ້ຟັງ


 ອ້ອມຮົ້ວໄວ້ນີ້ເປັນບ່ອນຝັງສົບຂອງປະຊາຊົນ ໝາຍເຖີງຝັງກອງກັນໄວ້ໃນນີ້

 ຕູ້ແກ້ວທີ່ເກັບເອົາຊີ້ນສ່ວນ ເສື້ອຜ້າ ເຄື່ອງນຸ່ງຕ່າງໆມາໄວ້ໃນນີ້

ມາຮອດສະຖານທີ່ນີ້ ຢາກບອກເລີຍວ່າຢ່າສຳນຶກພາບຕາມຄຳເວົ້າ
ເພາະເປັນສະຖານທີ່ທີ່ໃຊ້ຂ້າເດັກນ້ອຍໂດຍ ການເອົາເດັກນ້ອຍຟາດເຂົ້າກັບຕົ້ນໄມ້ ເມື່ອເສຍຊີວິດແລ້ວເອົາຖີ້ມລົງຂຸມ =="


ນີ້ກໍ່ເປັນອີກຂຸມນື່ງທີ່ໃຊ້ໃນການຝັງ

ແລະ ໃຈກາງຂອງສະຖານທີ່ນີ້ຈະມີຕົ້ນໂພໃຫຍ່ຕົ້ນນື່ງທີ່ໃຊ້ໃນການເອົາໂທລະໂຄ່ງໃສ່ເພື່ອເປີດເພງກົບເກືອນສຽງຮ້ອງ ສຽງຄວນຄາງຂອງປະຊາຊົນທີ່ຮ້ອງໃຫ້ຈາກການທໍລະມານ ແລະ ໂຫຍຫາຄົນທີ່ຮັກຂອງເຂົາຕ້ອງຈາກໄປ



ຫລັງຈາກທີ່ໄດ້ເຂົ້າໄປຂົນລຸກມາກະຂື້ນລົດກັບ


ເຊີ່ງຕອນກັບກໍ່ແນມອອກໄປທົ່ງນາແລະຄິດໄປພ້ອມວ່າທົ່ງນາດັ່ງກ່າວນີ້ເມື່ອກ່ອນເຄີຍມີປະຊາຊົນຖືກທໍລະມານ ແລະ ຖືກບັງຄັບໃຫ້ຕ້ອງເຮັດວຽກຕາມເຂົາເຈົ້າ

ແຕ່ໃນຕອນນີ້ທຸກຢ່າງສະຫງົບລົງແລ້ວ
ແລະ ພະນົມເປັນກໍ່ກັບມາຢູ່ເຢັນເປັນສຸກ ຈະເລີນຮຸ່ງເຮືອງຈົນເທົ່າທຸກວັນນີ້





Blog Archive

ກ່ຽວກັບຂ້ອຍ