Friday, 10 July 2015

ມາດຕະຖານການຕັ້ງຊື່ຕົວປ່ຽນ

ສະບາຍດີ



ຫົວຂໍ້ທີ່ຊິມາເວົ້າກໍ່ຕໍຄືມາດຕະຖານການຕັ້ງຊື່ຕົວປ່ຽນ ເຊິ່ງຜູ້ອ່ານກະຊິງົງວ່າຊິຂຽນມາເຮັດຫຍັງ ເພາະໃນໂຮງຮຽນ ໃນວິຊາ Programming ກະສອນກັນຢູ່ວ່າ ການຕັ້ງຊື່ຕົວປ່ຽນຕ້ອງໃຫ້ສື່ຄວາມໝາຍ ທີ່ບໍ່ແມ່ນຕ້ອງໃສ່ a,b,c; ຫຼື i,j,k; ເພາະຈະເຮັດໃຫ້ຄົນທີ່ມາຂຽນໂປຣແກຣມຕໍ່ຈາກເຮົາຕ້ອງງົງວ່າມັນແມ່ນຫຍັງ, ແຕ່ຖ້າເປັນໂປຣແກຣມນ້ອຍໆກະຊິບໍ່ເປັນຫຍັງ ແຕ່ຖ້າມັນເປັນລະບົບໃຫຍ່ໆເດ ຖ້າຕັ້ງຊື່ a.cpp, b.cpp, c.cpp ແລະ ໃນແຕ່ລະໄຟລ໌ມີຕົວປ່ຽນເປັນ a,b,c ອີກ ແຮງຈະເຮັດໃຫ້ສັບສົນກັນໄປໃຫຍ່

  ນອກນີ້ກະຄວນສັງເກດລັກສະນະ ໄວຍະກອນ(Syntax) ເຊີ່ງແຕ່ລະພາສາກະຈະຕ່າງກັນໄປ
ເຊີ່ງວ່າການຕັ້ງຊື່ຕົວປ່ຽນທີ່ນິຍົມ ແລະ ເປັນມາດຕະຖານສຳລັບການຂຽນໂປຣແກຣມ ເພື່ອໃຫ້ນັກພັດທະນາສາມາດເອົາໄປພັດທະນາໂປຣແກຣມຕໍ່ໄດ້ມີດັ່ງນີ້:

Camel Case
ການຕັ້ງຊື່ແບບນີ້ຈະໃຫ້ຄຳນຳໜ້າຄຳທຳອິດເປັນໂຕນ້ອຍ ແຕ່ຕ້ອງໃຊ້ເຕັມຄຳບໍ່ແມ່ນອັກສອນຫຍໍ້ ແລະ ໃຫ້ຄຳນຳໜ້າຂອງຄຳຕໍ່ໄປເປັນອັກສອນຕົວໃຫຍ່
ຕົວຢ່າງ : memberName, totalPrice
ພາສາທີ່ນິຍົມໃຊ້: Java


Hungarian Notation
ແບບນີ້ຈະໃຊ້ຕົວຫຍໍ້ຂອງຊະນິດຕົວປ່ຽນມາເປັນຄຳຂື້ນຕົ້ນ ແຕ່ຕ້ອງເປັນຕົວນ້ອຍ (String = str) ແລ້ວຄຳຕໍ່ໄປແມ່ນຂື້ນຕົ້ນດ້ວຍຕົວອັກສອນໃຫຍ່ຂອງຄຳຕໍ່ໄປ
ຕົວຢ່າງ: strName, i (integer) = iData
ພາສາທີ່ນິຍົມໃຊ້: C, C++


Pascal Case
ການຕັ້ງຊື່ລັກສະນະນີ້ ຕ່າງຈາກ Camel Case ທີ່ຈະໃຊ້ຕົວອັກສອນຕົວທຳອິດເປັນຕົວໃຫຍ່ທັງໝົດ ລວມທັງຄຳທັງອິດ
ຕົວຢ່າງ: MyOrder, OrderDate, FirstName
ພາສາທີ່ນິຍົມໃຊ້: C#, .NET

Upper Case
ເປັນການຕັ້ງຊື່ໂດຍໃຊ້ຕົວໃຫຍ່ທັງໝົດ ເຊີ່ງມັກຈະໃຊ້ຕົວຫຍໍ້ຫາກຂຽນຫລາຍໆຄຳ
ຕົວຢ່າງ: ID, PI

Underscores
ໃຊ້ _ ຂັ້ນກັນໃນແຕ່ລະຄຳເຊິ່ງຄິດວ່າມັນຈະເຮັດໃຫ້ຊື່ຕົວປ່ຽນຍາວຂື້ນ
ແລະ ຮຸ້ສຶກວ່າເພີ່ນຈະເຊົາໃຊ້ແບບນີ້ລະໃດ໋^_^




ແຫລ່ງຂໍ້ມູນ
http://en.wikipedia.org/wiki/CamelCase
http://www.lordgift.in.th/2011/12/blog-post.html
http://en.wikipedia.org/wiki/Hungarian_notation
http://www.tizag.com/phpT/variable.php

https://www.unzeen.com/article/1342/



Blog Archive

ກ່ຽວກັບຂ້ອຍ